OPOS Partner
ເງື່ອນໄຂການເປັນຕົວແທນ
ສະໝັກເປັນພາດເນີ Software ຂາຍໜ້າຮ້ານ OPOS
ສະໝັກເປັນພາດເນີ Software ຂາຍໜ້າຮ້ານ OPOS
ລະບົບບໍລິຫານຈັດການໜ້າຮ້ານ OPOS ເປີດຮັບຕົວແທນທີ່ມີຄວາມສົນໃຈດ້ານຊອບແວ ແລະ ອຸປະກອນ POS ເພື່ອຮ່ວມຂາຍແລະບໍລິການລູກຄ້າໃນພື້ນທີ່.
ຂໍ້ມູນບໍລິສັດ
ບໍລິສັດ ດີເອັສເອັນ ໂຊລູຊັ່ນ ຈຳກັດ ບ້ານ ໂພນສະຫວັນ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ ໂທ/ແອັບ: 2028242899, 2056999192, 2099995311
ສິດປະໂຫຍດທີ່ພາດເນີຈະໄດ້ຮັບ
1. ສິດໃນການເປັນຕົວແທນຈຳໜ່າຍ OPOS ຢ່າງເປັນທາງການ.
2. ຮັບກຳໄລຈາກສ່ວນຕ່າງຄ່າຂາຍ Software ຫຼື Hardware OPOS. ພາດເນີຈະໄດ້ລາຄາສົ່ງເພື່ອນຳໄປຂາຍຕໍ່ໄດ້. ລາຄາສົ່ງຂອງ Software ຈະຕໍ່າກວ່າລາຄາໜ້າເວັບ OPOS 15% ແລະ ລາຄາສົ່ງຂອງ Hardware ຈະຕໍ່າກວ່າລາຄາໜ້າເວັບ OPOS 5%.
ເງື່ອນໄຂ ຂໍ້ຕົກລົງ ແລະ ລາຍລະອຽດຕ່າງໆ ສຳລັບພາດເນີ
- 1. ພາດເນີຕ້ອງກອກແບບຟອມສະໝັກ, ສົ່ງເອກະສານຢືນຢັນຕົນ ແລະ ເຂົ້າຮັບການສຳພາດກ່ອນໄດ້ຮັບສິດເປັນພາດເນີ.
- 2. ຄ່າສະໝັກພາດເນີລາຄາພິເສດ 1,000 ບາດ (ຫຼຸດ 90% ຈາກລາຄາປົກກະຕິ 10,000 ບາດ).
- 3. ໃນສ່ວນຂອງການຕັ້ງລາຄາຂາຍປີກ ພາດເນີຈະຕ້ອງຕັ້ງລາຄາຂາຍເທົ່າກັບລາຄາໜ້າເວັບ OPOS ເທົ່ານັ້ນ.
- 4. ລາຄາ ແລະ ລາຍລະອຽດຂອງ Software ແບ່ງອອກເປັນ 2 ແບບ: 4.1 ແບບ Subscription ລາຍເດືອນ/ລາຍປີ ລະບົບ Online (Cloud) >>> https://www.pospos.co/package 4.2 ແບບຊື້ຂາດ ລະບົບ Offline >>> https://www.pospos.co/product_offline?nav=true
- 5. ພາດເນີຈະຕ້ອງດຳເນີນການຂາຍ ແລະ ບໍລິການຂາຍ Software OPOS ດ້ວຍຕົນເອງ.
- 6. ລັກສະນະງານເປັນການຊື້ມາຂາຍໄປ ຫຼັງຈາກປິດການຂາຍກັບລູກຄ້າໄດ້ແລ້ວ ໃຫ້ຕິດຕໍ່ທີມ OPOS ເພື່ອຊຳລະຄ່າຊື້ Software OPOS.
- 7. ມີການອົບຮົມ ແລະ ແນະນຳການໃຊ້ງານ Software OPOS ໃຫ້ພາດເນີ ໃຊ້ເວລາປະມານ 1-2 ຊົ່ວໂມງ. ໂດຍພາດເນີຕ້ອງສົ່ງຕົວແທນມາອົບຮົມທີ່ບໍລິສັດ ຫຼື ສາມາດອົບຮົມທາງອອນລາຍໄດ້.
- 8. ຫຼັງຈາກພາດເນີບໍລິການລູກຄ້າໄດ້ແລ້ວ ຈະມີແນວທາງ 2 ແບບ: 8.1 ໃຫ້ທາງ OPOS ດູແລບໍລິການຫຼັງການຂາຍ Software OPOS ເອງ. 8.2 ພາດເນີເປັນຜູ້ດູແລບໍລິການຫຼັງການຂາຍເອງທັງໝົດ.
- 9. ລາຄາສົ່ງ Software OPOS ສຳລັບພາດເນີ ຈະມີການພິຈາລະນາປັບປ່ຽນທຸກ 3 ເດືອນ ຂຶ້ນກັບຈຳນວນ ຫຼື ປະລິມານການຂາຍທີ່ບໍລິສັດກຳນົດ.
- 10. ກ່ອນທີ່ພາດເນີຈະໄດ້ລາຄາສົ່ງ ພາດເນີຕ້ອງຂາຍໃນລາຄາປົກກະຕິໃຫ້ລູກຄ້າໄດ້ 3 ລາຍກ່ອນ.
- 11. ພາດເນີຈະຕ້ອງນຳຊື່ OPOS ຫຼື Logo OPOS ໄປໃສ່ໃນລາຍລະອຽດ Hardware ຂອງພາດເນີວ່າຮອງຮັບລະບົບ OPOS.
- 12. ພາດເນີຈະຕ້ອງນຳຊື່ OPOS ຫຼື Logo OPOS ໃຫ້ປາກົດຢູ່ໃນສື່ທຸກຊ່ອງທາງທີ່ພາດເນີເຮັດການຕະຫຼາດ ຫຼື ປະຊາສຳພັນ.
- 13. ກໍລະນີພາດເນີເຮັດຜິດເງື່ອນໄຂ, ຂໍ້ຕົກລົງ ຫຼື ດຳເນີນການຂາຍທີ່ບໍ່ເໝາະສົມ ຫຼື ກ່ອໃຫ້ເກີດຜົນເສຍຫາຍຕໍ່ OPOS, OPOS ສາມາດພິຈາລະນາຕັດສິດການເປັນພາດເນີ ແລະ ຮຽກຮ້ອງຄ່າເສຍຫາຍທີ່ເໝາະສົມໄດ້ທັນທີ.
