OPOS Partner

ເງື່ອນໄຂການເປັນຕົວແທນ

ສະໝັກເປັນພາດເນີ Software ຂາຍໜ້າຮ້ານ OPOS

ສະໝັກເປັນພາດເນີ Software ຂາຍໜ້າຮ້ານ OPOS

ລະບົບບໍລິຫານຈັດການໜ້າຮ້ານ OPOS ເປີດຮັບຕົວແທນທີ່ມີຄວາມສົນໃຈດ້ານຊອບແວ ແລະ ອຸປະກອນ POS ເພື່ອຮ່ວມຂາຍແລະບໍລິການລູກຄ້າໃນພື້ນທີ່.

ຂໍ້ມູນບໍລິສັດ

ບໍລິສັດ ດີເອັສເອັນ ໂຊລູຊັ່ນ ຈຳກັດ ບ້ານ ໂພນສະຫວັນ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ ໂທ/ແອັບ: 2028242899, 2056999192, 2099995311

ສິດປະໂຫຍດທີ່ພາດເນີຈະໄດ້ຮັບ

1. ສິດໃນການເປັນຕົວແທນຈຳໜ່າຍ OPOS ຢ່າງເປັນທາງການ.

2. ຮັບກຳໄລຈາກສ່ວນຕ່າງຄ່າຂາຍ Software ຫຼື Hardware OPOS. ພາດເນີຈະໄດ້ລາຄາສົ່ງເພື່ອນຳໄປຂາຍຕໍ່ໄດ້. ລາຄາສົ່ງຂອງ Software ຈະຕໍ່າກວ່າລາຄາໜ້າເວັບ OPOS 15% ແລະ ລາຄາສົ່ງຂອງ Hardware ຈະຕໍ່າກວ່າລາຄາໜ້າເວັບ OPOS 5%.

ເງື່ອນໄຂ ຂໍ້ຕົກລົງ ແລະ ລາຍລະອຽດຕ່າງໆ ສຳລັບພາດເນີ

  1. 1. ພາດເນີຕ້ອງກອກແບບຟອມສະໝັກ, ສົ່ງເອກະສານຢືນຢັນຕົນ ແລະ ເຂົ້າຮັບການສຳພາດກ່ອນໄດ້ຮັບສິດເປັນພາດເນີ.
  2. 2. ຄ່າສະໝັກພາດເນີລາຄາພິເສດ 1,000 ບາດ (ຫຼຸດ 90% ຈາກລາຄາປົກກະຕິ 10,000 ບາດ).
  3. 3. ໃນສ່ວນຂອງການຕັ້ງລາຄາຂາຍປີກ ພາດເນີຈະຕ້ອງຕັ້ງລາຄາຂາຍເທົ່າກັບລາຄາໜ້າເວັບ OPOS ເທົ່ານັ້ນ.
  4. 4. ລາຄາ ແລະ ລາຍລະອຽດຂອງ Software ແບ່ງອອກເປັນ 2 ແບບ: 4.1 ແບບ Subscription ລາຍເດືອນ/ລາຍປີ ລະບົບ Online (Cloud) >>> https://www.pospos.co/package 4.2 ແບບຊື້ຂາດ ລະບົບ Offline >>> https://www.pospos.co/product_offline?nav=true
  5. 5. ພາດເນີຈະຕ້ອງດຳເນີນການຂາຍ ແລະ ບໍລິການຂາຍ Software OPOS ດ້ວຍຕົນເອງ.
  6. 6. ລັກສະນະງານເປັນການຊື້ມາຂາຍໄປ ຫຼັງຈາກປິດການຂາຍກັບລູກຄ້າໄດ້ແລ້ວ ໃຫ້ຕິດຕໍ່ທີມ OPOS ເພື່ອຊຳລະຄ່າຊື້ Software OPOS.
  7. 7. ມີການອົບຮົມ ແລະ ແນະນຳການໃຊ້ງານ Software OPOS ໃຫ້ພາດເນີ ໃຊ້ເວລາປະມານ 1-2 ຊົ່ວໂມງ. ໂດຍພາດເນີຕ້ອງສົ່ງຕົວແທນມາອົບຮົມທີ່ບໍລິສັດ ຫຼື ສາມາດອົບຮົມທາງອອນລາຍໄດ້.
  8. 8. ຫຼັງຈາກພາດເນີບໍລິການລູກຄ້າໄດ້ແລ້ວ ຈະມີແນວທາງ 2 ແບບ: 8.1 ໃຫ້ທາງ OPOS ດູແລບໍລິການຫຼັງການຂາຍ Software OPOS ເອງ. 8.2 ພາດເນີເປັນຜູ້ດູແລບໍລິການຫຼັງການຂາຍເອງທັງໝົດ.
  9. 9. ລາຄາສົ່ງ Software OPOS ສຳລັບພາດເນີ ຈະມີການພິຈາລະນາປັບປ່ຽນທຸກ 3 ເດືອນ ຂຶ້ນກັບຈຳນວນ ຫຼື ປະລິມານການຂາຍທີ່ບໍລິສັດກຳນົດ.
  10. 10. ກ່ອນທີ່ພາດເນີຈະໄດ້ລາຄາສົ່ງ ພາດເນີຕ້ອງຂາຍໃນລາຄາປົກກະຕິໃຫ້ລູກຄ້າໄດ້ 3 ລາຍກ່ອນ.
  11. 11. ພາດເນີຈະຕ້ອງນຳຊື່ OPOS ຫຼື Logo OPOS ໄປໃສ່ໃນລາຍລະອຽດ Hardware ຂອງພາດເນີວ່າຮອງຮັບລະບົບ OPOS.
  12. 12. ພາດເນີຈະຕ້ອງນຳຊື່ OPOS ຫຼື Logo OPOS ໃຫ້ປາກົດຢູ່ໃນສື່ທຸກຊ່ອງທາງທີ່ພາດເນີເຮັດການຕະຫຼາດ ຫຼື ປະຊາສຳພັນ.
  13. 13. ກໍລະນີພາດເນີເຮັດຜິດເງື່ອນໄຂ, ຂໍ້ຕົກລົງ ຫຼື ດຳເນີນການຂາຍທີ່ບໍ່ເໝາະສົມ ຫຼື ກ່ອໃຫ້ເກີດຜົນເສຍຫາຍຕໍ່ OPOS, OPOS ສາມາດພິຈາລະນາຕັດສິດການເປັນພາດເນີ ແລະ ຮຽກຮ້ອງຄ່າເສຍຫາຍທີ່ເໝາະສົມໄດ້ທັນທີ.